ຫ້ອງທີ່ມີລະບຽງເປັນພື້ນທີສີຂຽວ: ສາມາດໃຫ້ຄວາມຮູ້ສຶກທີ່ຜ່ອນຄາຍໃນຄະນະພັກຜ່ອນ ຫຼື ຮັບປະທານອາຫານ ແລະ ເພີດເພີນກັບການອອກແບບປະສົມປະສານລະຫວ່າງສະຖາປັດຕະຍາກຳກັບທຳມະຊາດພື້ນທີສີຂຽວ ເປັນລະບຽງເປີດໂລ່ງແຈ້ງຮັບລົມເຢັນໆກັບສຽງກະຊິບເບົ່າໆຈາກກິ່ນອາຍຄວາມເປັນທຳມະຊາດ ທີ່ສຳຄັນແມ່ນສະພາບອາກາດ, ອຸ່ນຫະພູມດີເໝາະສົມຕະຫຼອດທັງປີ.
ການຮັບປະທານອາຫານທີ່ຫ້ອງອາຫານ ກຣີນເປັບເປີ ນັບເປັນປະສົບການທີ່ພິເສດ ບໍ່ວ່າເປັນອາຫານຈານເດັດຈາກ ຝຣັ່ງເສດ ລວມເຖິງ ເມນູພິເສດຂອງເຊຟ ຫຼື ຈະເປັນອາຫານຕາມສັ່ງທົ່ວໄປຂອງພວກເຮົາກໍບໍ່ນ້ອຍໜ້າຮ້ານອາຫານອື່ນໃນຂົງເຂດດຽວກັນ.
ນອກຈາກອາຫານແລ້ວພວກເຮົາມີການບໍລິການທີ່ມີປະສົບການລະດັບມືອາຊີບ ຈາກພະນັກງານທີ່ຖືກເຝິກຝົນສະເພາະດ້ານ ຄອຍດູແລໃຫ້ຄວາມຊ່ວຍເຫຼືອເພື່ອຕອບສະໜອງທຸກຄວາມຕ້ອງການຂອງທ່ານບໍ່ວ່າຈະເປັນຄວາມຕ້ອງການແບບທົ່ວໄປ ຫຼື ຄວາມຕ້ອງການແບບພິເສດ. Read more…
ນະຄອນຫຼວງວຽງຈັນຕັ້ງຢູ່ແຄມແມ່ນ້ຳຂອງ ມີປະຫວັດສາດບັນທຶກມາຢ່າງຍາວນານປະມານ 1000 ປີກ່ອນ ຄ.ສ (ຄຣິດຕະສັກກະລາດ) ຄົນສະໄໝກ່ອນຕັ້ງຖິ່ນຖານບໍລິເວນແຫ່ງນີ້ເປັນ ເມືອງນ້ອຍໆຍ້ອນວ່າບໍລິເວນດັ່ງກ່າວເປັນທົ່ງພຽງທີ່ມີຄວາມອຸດົມສົມບູນ, ຈົນມາຮອດກາງສະຕະວັດທີ 16 ຈຶ່ງກາຍເປັນເມືອງຫຼວງຂອງປະເທດລາວ ຊື່ວ່າ: ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ ເປັນທີ່ຕັ້ງອະນຸສະຖານແຫ່ງຊາດທີ່ສຳຄັນຫຼາຍແຫ່ງຂອງ ສ ປ ປ ລາວ ບໍ່ວ່າຈະເປັນ ພຣະທາດຫຼວງ ວຽງຈັນ ຊຶ່ງເປັນສັນຍາລັກທາງພຸດທະສາສະນາ ແລະ ເປັນສັນຍາລັກຂອງປະເທດລາວອີກດ້ວຍ. Read more…
ເຮົາມີລົບຖີບໃຫ້ບໍລິການຟຣີ ເພື່ອໃຫ້ທ່ານໄດ້ອອກກຳລັງກາຍ ແລະ ເພີດເພີນໄປກັບທັດສະນີຍະພາບອ້ອມຮອບເມືອງ.
ຫ້ອງປະຊຸມ ເລີ ທາດຫຼວງດໍຣ ສາມາດຮອງຮັບແຂກໄດ້ເຖິງ 100 ທ່ານ, ເຊິ່ງຈະເລືອກຈັດງານຂອງທ່ານໄດ້ທັງພາຍໃນ ຫຼື ພາຍນອກໃຕ້ບັນຍາກາດແຄມສະລອຍນໍ້າ ອ້ອມຮອບດ້ວຍທິວທັດສວນທີ່ສົດຊື່ນ. ພວກເຮົາເອົາໃຈໃສ່ຢ່າງພິຖີພິຖັນຕໍ່ລາຍລະອຽດງານຂອງທ່ານເພື່ອເຮັດໃຫ້ໝັ້ນໃຈໄດ້ວ່າງານຂອງທ່ານຈະລາບລື່ນໄປດ້ວຍດີ.