ທາດຫຼວງ ຫຼື ສະຖາປັດຕະຍະກຳເກົ່າແກ່ ທີ່ນະຄອນຫຼວງວຽງຈັນ ເປັນສັນຍາລັກແຫ່ງຊາດ (ຮູບຊົງແມ່ນປະທັບຕາທາງການຂອງລາວ) ແລະ ຍັງເປັນວັດທີ່ສັກສິດທີ່ສຸດໃນປະເທດ. ຈາກດ້ານນອກຂອງທາດຫຼວງມີລັກສະນະເປັນປ້ອມປາການທີ່ອ້ອມຮອບດ້ວຍກຳແພງສູງຊັນ ແລະ ມີລັກສະນະເປັນວັດສອງຊັ້ນທີ່ມີຮູບຊົງຫຼັກເປັນເຈດີ ແລະ ເທິງຍອດເຈດີສູງສຸດແມ່ນຫຸ້ມດ້ວຍທອງຄຳບໍລິສຸດ, ສູງເຖິງ 148 ຟຸດ. ການອອກແບບໂຄງສ້າງເປັນສະຖາປັດຕະຍາກຳແບບລາວມີຄວາມງົດງາມເປັນເອກະລັກ, ໂດຍໄດ້ຮັບອິດທິພົນຈາກຄວາມເຊື່ອທາງສາສະໜາພຸດ, ລວມທັງການຕົບແຕ່ງທີ່ພິຖິພິທັນຢ່າງຈົບງາມ ບໍ່ວ່າຈະເປັນປະຕູທາງເຂົ້າທີ່ປູພົມແດງ, ຍອດພະທາດທີ່ລ່ຽວຍາວເດັ່ນສະຫງ່າ, ມີພຣະພຸດທະຮູບຈຳນວນຫຼາຍ, ຮູບສັດ ແລະ ດອກໄມ້ລາຍລຽງກັນຢ່າງສວຍງາມ.
ຕາມການບອກເລົ່າຂອງຊາວບ້ານວ່າ ພະທາດຫຼວງ ສ້າງຂຶ້ນມາແຕ່ຕົ້ນສະຕະວັດທີ່ 3 ເພື່ອໃຊ້ເປັນບ່ອນເກັບຮັກສາກະດູກໜ້າເອິກຂອງພະພຸດທະເຈົ້າທີ່ ມີສເຊີນນາຣີ (Missionary) ຊາວອິນເດຍນຳເຂົ້າມາ ເພື່ອສັນຍາລັກແຫ່ງຄຳສອນທາງສາດສະນາພຸດ. ເຖິງແນວໃດກໍຕາມໂຄງສ້າງຂອງພະທາດຫຼວງໃນປັດຈຸບັນແມ່ນສ້າງຂຶ້ນໂດຍ ເຈົ້າໄຊຍະເສດຖາທິຣາດ ໃນປີ ຄ.ສ 1566, ຕອນທີ່ຂະເໝນຖືກສົງຄາມທຳລາຍ ໃນສະຕະວັດທີ 13 ແລະ ຕັ້ງຊື່ເມືອງຫຼວງວຽງຈັນຕາມຊື່ເມືອງຫຼວງພະບາງ ກາງສະຕະວັດທີ່ 16. ອ່ານຂໍ້ມູນເພີ່ມເຕີມໄດ້ທີ່: : http://www.visit-laos.com/vientiane/that-luang
Read more about That Luang – Vientiane Great Stupa or visit the blog tuorism.
ຕະຫຼາດຂອງກິນສຸກທາດຫຼວງ ເປັນຕະຫຼາດຍອດນິຍົມທີ່ຕັ້ງຢູ່ໃຫ້ກັບພະທາດຫຼວງວຽງຈັນ ຊຶ່ງຫ່າງຈາກໂຮງແຮມຂອງພວກເຮົາພຽງ 2ກິໂລແມັດ ຕະຫຼາດແຫ່ງນີ້ຂຶ້ນຊື່ໃນເລື່ອງອາຫານແຄມທາງ ແລະ ອາຫານທ້ອງຖິ່ນທີ່ຫຼາກຫຼາຍ ມີບັນຍາກາດທີ່ຄຶກຄື້ນ ຊຶິ່ງນັກທ່ອງທ່ຽວສາມາດເພີດເພີນກັບອາຫານລາວແບບດັ້ງເດີມ ເຊັ່ນປະເພດຊີ້ນທຸບ,ເອາະຫຼາມ, ລວກຜັກ ແລະ ອາຫານຫວານຯຯ ອີກຫຼາຍໆຢ່າງ ເປັນຈຸດທີ່ຍອດຍ້ຽມໃນການສໍາຜັດກັບວັດທະນາທຳ ແລະ ອາຫານທ້ອງຖິ່ນ ໂດຍສະເພາະໃນຊ່ວງຕອນຄ່ຳຊຶ່ງຕະຫຼາດຈະມີຄວາມຄຶກຄັກເປັນພິເສດທັງຈາກຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວ.
Read more about That Luang market or visit the blog tuorism.
Read more about Wat Sisaket in Vientiane Vientiane Attractionsorvisit the blog tuorism.
ວັດສີສະເກດຕັ້ງຢູ່ໃນນະຄອນຫຼວງວຽງຈັນ ທີ່ມີຊື່ສຽງລືຊາດ້ານປະດິດສະຖານພຣະພຸດທະຮູບອົງນ້ອຍນັບຫຼາຍພັນອົງທີ່ຕິດຢູ່ຕາມຝາພາຍໃນວັດ ແລະ ມີພຣະພຸດທະຮູບນັ່ງສະມາທິນັບຫຼາຍຮ້ອຍອົງ ພຣະພຸດທະຮູບເລົ່ານີ້ສ່ວນໃຫຍ່ສ້າງຂຶ້ນໃນສັດຕະວັດທີ່ 16 ແລະ 19 ມີຫຼາຍຂະໜາດ ທີ່ເຮັດດ້ວຍໄມ້, ຫີນ ແລະ ທອງແດງ ລວມມີພຣະພຸດທະຮູບຫຼາຍກວ່າ 6800 ອົງ.
ຖ້າທ່ານໄດ້ມາທ່ຽວຊົມວັດໃນຕອນເຊົ້າ ທ່ານຈະໄດ້ເຫັນຊາວບ້ານຈຳນວນຫຼາຍທີ່ໄປສວດມົນ ເຮັດບຸນ ແລະ ຖວາຍອາຫານໃຫ້ແກ່ພະສົງເປັນກິດຈະກຳປະຈຳວັນ ແລະ ບັນຍາກາດພາຍໃນວັດກໍຈະຮົ່ມເຢັນເນື່ອງຈາກລາຍລ້ອມໄປດ້ວຍຕົ້ນໄມ້ໃຫ້ຮົ່ມ.
Read more about Wat Sisaket in Vientiane Vientiane Attractions or visit the blog tuorism.
ນະຄອນຫຼວງວຽງຈັນ ມີວັດທີ່ສວຍງາມຫຼາຍແຫ່ງ ໜຶ່ງໃນວັດທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ປະທັບໃຈຫຼາຍທີ່ສຸດຄື: ວັດຫໍພະແກ້ວ. ສ້າງຂຶ້ນໃນ ປີ ຄສ 1565 ເພື່ອເປັນພະລາຊະວັງສ່ວນຕົວຂອງ ກະສັດລາວ ຕໍ່ມາໄດ້ເປັນທີ່ຕັ້ງຂອງພຣະແກ້ວມໍລະກົດ (ພຣະພຸດທະຮູບທີ່ຫຼໍ່ຫຼອມດ້ວຍໂຢ໊ກ ແລະ ມີຄວາມສັກສິດ) ທີ່ນຳມາຈາກພາກເໜືອຂອງສະຍາມ (ປະເທດໄທ) ຕໍ່ມາກໍຖືກສະຍາມມາຍຶດຄືນໃນປີ ຄສ 1778. ປະຈຸບັນ ພະແກ້ວມໍລະກົດ ຢູ່ທີ່ວັດພະແກ້ວໃນກຸງເທບ ປະເທດໄທ, ເຖິງແມ່ນ ວັດຫໍພະແກ້ວໃນປັດຈຸບັນຈະບໍ່ມີພະແກ້ວມໍລະກົດຢູ່ແລ້ວກໍຕາມ ແຕ່ວັດດັ່ງກ່າວກໍຍັງຊົງຄູ່ນຄ່າ ແລະ ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍ.
ວັດແຫ່ງນີ້ບໍ່ພຽງແຕ່ເປັນວັດທີ່ເກົ່າແກ່ເທົ່ານັ້ນ ແຕ່ຍັງເປັນໜຶ່ງໃນພະລາຊະວັງເກົ່າແກ່ທີ່ຍັງເຫຼືອຢູ່ ແຕ່ບໍ່ໄດ້ນຳໃຊ້ເພື່ອຈຸດປະສົງທາງດ້ານພຸດທະສາສະໜາອີກຕໍ່ໄປ ປັດຈຸບັນໄດ້ກາຍເປັນຫໍພິພິທະພັນວິຫານ ຂອງພະພຸດທະເຈົ້າ ທີ່ມີການຕົບແຕ່ງດ້ວຍສິນລະປະຢ່າງປານີດ ບໍ່ວ່າຈະເປັນງານແກະສະຫຼັກໄມ້, ປະຕູທີ່ເຄືອບດ້ວຍແລກສ໌ເກີທ໌ທີ່ສວຍງາມ ພ້ອມງານແກະສະຫຼັກແບບຮີນດູ, ຫີນແກະສະລັກແບບຂະເໝນ ແລະ ພຣະພຸດທະຮູບອີກຫຼາກຫຼາຍຮູບແບບ.
Read more about Wat Ho Phra Keo in Vientiane or visit the blog tuorism.
ວັດສີສະເກດຕັ້ງຢູ່ໃນນະຄອນຫຼວງວຽງຈັນ ທີ່ມີຊື່ສຽງລືຊາດ້ານປະດິດສະຖານພຣະພຸດທະຮູບອົງນ້ອຍນັບຫຼາຍພັນອົງທີ່ຕິດຢູ່ຕາມຝາພາຍໃນວັດ ແລະ ມີພຣະພຸດທະຮູບນັ່ງສະມາທິນັບຫຼາຍຮ້ອຍອົງ ພຣະພຸດທະຮູບເລົ່ານີ້ສ່ວນໃຫຍ່ສ້າງຂຶ້ນໃນສັດຕະວັດທີ່ 16 ແລະ 19 ມີຫຼາຍຂະໜາດ ທີ່ເຮັດດ້ວຍໄມ້, ຫີນ ແລະ ທອງແດງ ລວມມີພຣະພຸດທະຮູບຫຼາຍກວ່າ 6800 ອົງ.
ຖ້າທ່ານໄດ້ມາທ່ຽວຊົມວັດໃນຕອນເຊົ້າ ທ່ານຈະໄດ້ເຫັນຊາວບ້ານຈຳນວນຫຼາຍທີ່ໄປສວດມົນ ເຮັດບຸນ ແລະ ຖວາຍອາຫານໃຫ້ແກ່ພະສົງເປັນກິດຈະກຳປະຈຳວັນ ແລະ ບັນຍາກາດພາຍໃນວັດກໍຈະຮົ່ມເຢັນເນື່ອງຈາກລາຍລ້ອມໄປດ້ວຍຕົ້ນໄມ້ໃຫ້ຮົ່ມ.
Read more aboutWat Sisaket in Vientiane Vientiane Attractionsorvisit the blog tuorism.
ສວນສາທາລະນະພະພຸດທະຮູບ (ຫຼືເອີ້ນວ່າວັດຊຽງຄວັນ) ເປັນວັດທີ່ມີຊື່ສຽງທາງດ້ານສະຖາປັດຕະຍະກໍາທີ່ເກົ່າແກ່ ມີຮູບປັ້ນທາງສາດສະໜາຫຼາຍກວ່າ 200ອົງ ລວມເຖິງພຣະພຸດທະເສນຂະນາດໃຫຍ່ສູງ 40ແມັດ. ຈຸດຊົມວິວທີ່ດີທີສຸດຄືເທິງຮູບປັ້ນໝາກອຶທີ່ສູງ 3ຊັ້ນ ທາງເຂົ້າ-ອອກຄືກັບປາກຍັກ (ສູງປະມານ 3ແມັດ) ໂດຍມີຂັ້ນໃດຫີນຢູ່ດ້ານໃນຊຶ່ງສາມາດຂຶ້ນຊືນຊົມເບິ່ງຄວາມສວຍງາມຂອງສວນວັດຊຽງຄວັນໄດ້ທົ່ວທຸກມຸມ.
ສວນວັດຊຽງຄວັນນີ້ ແມ່ນສ້າງຂຶ້ນເມື່ອປີ ຄສ 1958 ໂດຍຫຼວງປູ່ບຸນເຫຼືອ ສຸລິຕັດ ພຣະພິຂຸຜູ້ສຶກສາທັງສາດສະໜາພຸດ ແລະ ສາດສະໜາຮິນດູ ຊຶ່ງເຮັດໃຫ້ສວນວັດຊຽງຄວັນແຫ່ງນີ້ບໍ່ພຽງແຕ່ມີຮູບປັ້ນພະພຸດທະເຈົ້າ ແຕ່ຍັງເຕັມໄປດ້ວຍຮູບປັ້ນອະສູນເທບພະເຈົ້າຮິນດູ ແລະ ຮູບປັ້ນສັດຕ່າງໆ ຈາກທັງສອງສາດສະໜາອີກດ້ວຍ.
Read more about Buddha Park (Xieng Khuan) in Vientiane Vientiane Attractions or visit the blog tuorism.
Buddha Park (aka Xieng Khuan) is a famous sculpture park with more than 200 religious statues including a huge 40-metre high reclining Buddha image. The best spot for photography here is on top of the giant pumpkin structure standing about three stories high. The entrance is crafted to look like a demon’s mouth (about three metres high) with a stone ladder inside leading to a bird’s eye view of the entire Xieng Kuan Park.
ສວນວັດຊຽງຄວັນນີ້ ແມ່ນສ້າງຂຶ້ນເມື່ອປີ ຄສ 1958 ໂດຍຫຼວງປູ່ບຸນເຫຼືອ ສຸລິຕັດ ພຣະພິຂຸຜູ້ສຶກສາທັງສາດສະໜາພຸດ ແລະ ສາດສະໜາຮິນດູ ຊຶ່ງເຮັດໃຫ້ສວນວັດຊຽງຄວັນແຫ່ງນີ້ບໍ່ພຽງແຕ່ມີຮູບປັ້ນພະພຸດທະເຈົ້າ ແຕ່ຍັງເຕັມໄປດ້ວຍຮູບປັ້ນອະສູນເທບພະເຈົ້າຮິນດູ ແລະ ຮູບປັ້ນສັດຕ່າງໆ ຈາກທັງສອງສາດສະໜາອີກດ້ວຍ.
Read more about Buddha Park (Xieng Khuan) in Vientiane Vientiane Attractions or visit the blog tuorism.
ທາດດຳ ຫຼື ຮູບປັນເຈດີສີດຳ ຕັ້ງຢູ່ກາງວົງວຽນອັນງຽບສະຫງົບ ຕິດກັບສະຖານທູດ ລາວ-ເອເມຣິກາ ໃກ້ກັບຕະຫຼາດເຊົ້າ ຊັອບປິ້ງມໍ ຊຶ່ງເປັນຕະຫຼາດຊື້ຂາຍເຄື່ອງທີ່ໃຫຍ່ ແລະ ມີຊື່ສຽງໂດງດັ່ງແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ.
ທາດດຳ ຄວາມໝາຍໃນພາສາລາວເດີມໝາຍເຖິງ ຮູບຊົ່ງກະດິ່ງ ຫຼື ດອກບົວຈູ້ມ (ດອກບົວຍັງທັນບໍ່ບານ) ເປັນພະທາດຂອງພະພຸດທະເຈົ້າ, ຕຳນານເລົ່າຂານກັນວ່າ ພະທາດພະພຸດທະເຈົ້າສະໄໝກ່ອນແມ່ນ ຫຼໍ່ຫ່ອມດ້ວຍທອງຄຳບໍລິສຸດ ແລະ ມີພະຍານາກອາໃສ່ຢູ່ ຄອຍດູແລປົກປັກຮັກສາຈາກໄພຄຸກຄາມທັງປວງ ແນວໃດກໍຕາມມາຮອດຊຸ່ມປີ 1820 ຊ່ວງສົ່ງຄາມລາວກັບສະຫຍາມ ທອງຄໍາດັ່ງກ່າວກໍຖືກກອງທັບສະຫຍາມປົ້ນໄປໃນທີ່ສຸດ. (ປະເທດໄທປັດຈຸບັນ) ເຫຼືອແຕ່ພະທາດເຈດີສີດຳ ທີ່ຖິ້ມໄວ້ເປັນມໍລະດົກມາຮອດປັດຈຸບັນ.
ຊາວລາວຍັງໃຫ້ຄວາມເຄົາລົບຍົກຍ້ອງທາດດຳວ່າ ເປັນບ່ອນຢູ່ອາໄສ່ຂອງດວງວິນຍານຜູ້ດູແລປົກປັກຮັກສາບ້ານເມືອງ. ດ້ວຍການປະສົມປະສາລະຫວ່າງນິທານເລື່ອງເລົ່າພື້ນບ້ານ ແລະ ປະຫວັດສາດ ເຈດີເກົ່າແກ່ແຫ່ງນີ້ຍັງມອບປະສົບການ ແລະ ມົນສະເໜ່ທີ່ນ່າຫຼົງໄຫຼແກ່ຜູ້ມາເຢືອນ.
ແຕກຕ່າງຈາກສະຖານທີ່ທາງສາດສະນາຫຼາຍແຫ່ງໃນປະເທດເພື່ອນບ້ານເຊັ່ນ: ປະເທດໄທ ທີ່ມີເຈດີ ແລະ ວັດເກົ່າແກ່ຫຼາຍແຫ່ງ ແຕ່ໄດ້ຮັບການປັບປຸງໃໝ່ຢ່າງຕໍ່ເນື່ອງ ສ່ວນພະທາດດຳແຫ່ງນີ້ບໍ່ມີຫຍັງແຕະຕ້ອງ ຍັງຄົງຄວາມເກົ່າແກ່ສະເໝີ ດ້ວຍເຫດນີ້ຈຶ່ງເຮັດໃຫ້ຜູ້ມາເຢືອນໄດ້ສຳຜັດກິ່ນອາຍຄວາມເປັນອາດີດຢ່າງແທ້ຈິ່ງ.
ຫາກທ່ານຕ້ອງການສຳຜັດປະສົບການດັ່ງກ່າວນີ້ດ້ວຍຕົ້ນເອງ ແນະນຳໃຫ້ໄປຕອນແລງ ຫົວຄໍ່າ ນອກຈາກຄວາມງຽບສະຫງົບແລ້ວຍັງຈະໄດ້ເຫັນຄວາມງົດງາມກັບດອກໄຟແສງສີທີ່ຕົບແຕ່ງລຽງລາຍກັນສົ່ງແສງແວວວາວປະກາຍຕາ ນອກນີ້ຍັງໄດ້ເພີດເພີນກັບທັດສະນີຍະພາບທີ່ອ່ອນຊ້ອຍສະອອນໃຈຈາກຮ້ານອາຫານ ແລະ ບາທີ່ຢູ່ໃກ້ຄຽງອີກດ້ວຍ.
Read more about That Dam (Black Stupa) in Vientiane Vientiane or visit the blog tuorism.
ວັດສີເມືອງ ເປັນວັດທີ່ມີເລື່ອງເລົ່າຕຳນານມາຍາວນານ ເຊິ່ງຍັງຄົງມີຄວາມໝາຍອັນໃຫຍ່ຫຼວງໃນຊຸມຊົນຊາວລາວ. ວັນນີ້ຖືກສ້າງຂື້ນໃນປີ ຄສ 1563, ໃນສະໄໝຂອງກະສັດເຈົ້າເຊດຖາທິຣາດ.
ຊື່ຂອງວັດແມ່ນມາຈາກຍິງສາວສີເມືອງ, ຊຶ່ງເສຍສະຫຼະຕົນເອງເມື່ອອ 400 ປີກ່ອນ ເພື່ອປອບປະໂລມວິນຍານຜີທີ່ໂກດແຄ້ນ ລາວຈຶ່ງຕັດສິນໃຈໂດດລົງຂຸມເລິກ ຂຶ່ງຂຸມນັ້ນຈະໃຊ້ວາງເສົາຫຼັກຂອງອາຄານ ແລະ ຖູກທັບຈົນແຫຼກສະຫຼາຍໃນທັນໃດ.
ເນື່ອງຈາກເສົາຫຼັກນີ້ເປັນສູນກາງເມືອງ ວັດສີເມືອງຈຶ່ງໄດ້ຂະໜານນາມວ່າ “ວັດແມ່” ຂອງວຽງຈັນ ດ້ານຫຼັງອາຄານມີຮູບປັ້ນພຣະສີເມືອງຂະໜາດນ້ອຍຢູ່ ແລະ ມີກອງດິນຈີ່ທີ່ມີອາຍຸຍາວນານຈາກສະໄໝນັ້ນ.
ວັດນີ້ຕັ້ງຢູ່ໃກ້ກັບອະນຸສາວະລີພຣະເຈົ້າສີສະຫວ່າງວົງ ຊຶ່ງທ່ານສາມາເຂົ້າໄປຢ້ຽມຊົມໄດ້ ບໍລິເວນພາຍໃນວັດຈະມີບ່ອນຂາຍດອກໄມ້ທູບທຽນ ສຳລັບຜູ້ທີ່ຢາກຊື້ໄປຖວາຍຢ່າແມ່ສີເມືອງອີກດ້ວຍ.
Read more about Wat Si Muang in Vientiane or visit the blog tuorism.